Northern Uplands Promoting Climate Resilience (NU-PCR) project


ໃນວັນທີ 7-9/10/2015, ສະມາຄົມ SAEDA ຮ່ວມກັບ ອົງການ CCL ພາຍໄຕ້ການຮ່ວມມືຂອງໂຄງການສົ່ງເສີມການຮັບມືກັບອາກາດປ່ຽນແປງໃນເຂດເນີນສູງພາກເໜືອ ຮ່ວມມືກັບອົງການ CARE ສາກົນ ໄດ້ຈັດການຢ້ຽມຢາມພາກສະໜາມ ແລະ ກອງປະຊຸມແລກປ່ຽນກ່ຽວກັບ ກ່ຽວກັບບົດຮຽນທີ່ດີໃນການສ້າງຕັ້ງກຸ່ມຜະລິດກະສິກຳ, ການຜະລິດເຂົ້າ, ພືດຜັກ, ເຄື່ອງປ່າຂອງດົງ, ການຮັບມືກັບອາກາດປ່ຽນແປງ, ນະໂຍບາຍຂອງລັດ ແລະ ການວາງແຜນຕໍ່ໜ້າ ທີ່ເມືອງຍອດອູ ແຂວງຜົ້ງສາລີ ໂດຍເປັນປະທານຂອງຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ. ມີຜູ້ເຂົ້າຮ່ວມປະມານ 40 ທ່ານ ຈາກ 8 ບ້ານເປົ້າໝາຍ, ທີມງານໂຄງການ, ບັນດາຫ້ອງການຮ່ວມງານຂອງພາກລັດ, SAEDA, ສະມາຄົມຊາວກະສິກອນອິນຊີເມືອງແປກ ເຂົ້າຮ່ວມ. ກອງປະຊຸມໄດ້ມີແຂກຮັບເຊີນ ຄະນະຊີ້ນຳຈາກສະມາຄົມຊາວກະສິກອນອິນຊີເມືອງແປກ ມາແລກປ່ຽນ ກ່ຽວກັບ ການປູກເຂົ້າແບບຍືນຍົງ, ການປູກຜັກອິນຊີ, ການຕະຫຼາດ, ການລ້ຽງສັດປິກ, ຊາວນາຕົວແບບ, ການບໍລິຫານອົງການຈັດຕັ້ງຊາວກະສິກອນ, ເຄືອຂ່າຍ, ບົດບາດຂອງພາກລັດ ແລະ ປະສົບການອື່ນທີ່ກ່ຽວຂ້ອງໃນການແກໄຂບັນຫາ.

On Oct 7-9, 2015 SAEDA with CCL under partner of  partner with CARE International organized field visit and exchange workshop the best practice on Village Farmer Production Group, Home garden, Rice, NTFP productions, climate change adaptation, government policy and planning future in Yot Ou District, Phongsaly. The event was chair by head of DAFO. There were about 40 participants from 8 villages, project team, government partners, SAEDA and OFA Paek attended. The workshop also invited OFA advisor to share their experience on organic SRS rice, vegetable, Marketing, animals, model farmers, farmer organization, network, roles responsible of stakeholders and other relevant solution.

NUCPR YU1NUCPR YU9NU CPR19

Leave a Reply

Your email address will not be published. Required fields are marked *

%d bloggers like this: