ໂຄງການສ້າງຄວາມສາດໃນການຄຸ້ມຄອງຢາປາບສັດຕູພືດ


ເພື່ອເປັນການປະກອບສ່ວນໃນການຜັນຂະຫຍາຍຍຸດທະສາດ ແລະ ບັນດານິກໍາຕ່າງໆທີ່ກ່ຽວຂ້ອງກັບການຄອບຄຸມຢາປາບສັດຕູພືດຂອງລັດຖະບານລາວ ດັ່ງນັ້ນ ສະມາຄົມພັດທະນາກະສິກໍາ ແລະ ສິ່ງແວດລ້ອມແບບຍືນຍົງ (SAEDA) ໄດ້ຮັບທຶນຈາກອົງການຍຸດທະສາດທີ່ ເໝາະສົມເພື່ອການຄວບຄຸມສານເຄມີສາກົນຂອງ
ສະຫະປະຊາຊາດເພື່ອການພັດທະນາ (SAICM-UNEP) ໄດ້ມີໂຄງການສ້າງຄວາມສາມາດໃນການຄຸ້ມຄອງຢາປາບສັດຕູພືດໃນລາວ ໂດຍການປະສານງານກັບ 3 ພາກ ສ່ວນຄື: ພະແນກລະບຽບການຂອງກົມປູກຝັງ-
ກະຊວງກະສິກໍາ ແລະ ປ່າໄມ້; ກົມຄວບຄຸມມຸນລະພິດຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ
ລ້ອມ; ແລະ ກົມອະນາໄມຂອງກະຊວງສາທາລະນະສຸກ. ໂຄງການນີ້ໄດ້ມີໄລຍະເວລາຈັດຕັ້ງປະຕິບັດ 16 ເດືອນ (10/2014-2/2015). ຈຸດປະສົງລວມ ແມ່ນ ເພື່ອປະ ກອບສ່ວນໃນການເຜີຍແຜ່ບັນດານິຕິກໍາທ່ີກ່ຽວ
ຂ້ອງກ່ຽວກັບການຄວບຄຸມ ແລະ ການນ ໍາໃຊ້ຢາປາບສັດຕູພືດ ແລະ ສຶກສາຜົນກະທົບຕ່ໍສຸຂະພາບຂອງຜູ້ນໍາໃຊ້ຢາປາບສັດຕູພືດ.

ໂຄງການໄດ້ສ້າງຄວາມສາມາດໃຫ້ຄູ່ຮ່ວມ ງານໃນລະດັບແຂວງ ແລະ ເມືອງ ຂອງ 2
ແຂວງຄື: ນະຄອນຫຼວງວຽງຈັນ (ມີ 2 ເມືອງ: ສັງທອງ ແລະ ຫາດຊາຍ ຟອງ) ແລະ ແຂວງຫຼວງນໍາ້ທ າ (ມ ີ 2 ເມືອງ: ສິງ ແລະ ຫຼວງນໍາ ້ທາ) ທີ່ມີເປົ້າໝາຍໃນການຫຼຸດຜ່ອນການນໍາໃຊ້ຢາປາບສັດຕູພືດ ທີ່ມີຜົນກະທົບຕໍ່ການ
ຜະລິດກະສິກໍາ, ສິ່ງແວດລ້ອມ ແລະ ສຸຂະພາບ. ໃນການຈັດຕັ້ງປະຕິບັດ ສະມາຄົມ SAEDA ຮ່ວມກັບບັນດາກະຊວງທີ່ກ່ຽວຂ້ອງ ໄດ້ເຝິກອົບຮົມ ແລະ ເຜີຍແຜ່ບັນດາເອກະສານນິຕິກໍາ ຕ່າງໆ ກ່ຽວກັບລະບຽບການ, ນະ
ໂຍບາຍ, ຍຸດທະສາດ, ກົດໝາຍ ແລະ ບັນເຄື່ອງມືຕ່າງທີ່ກ່ຽວຂ້ອງກັບການຄວບຄຸມຢາປາບສັດຕູພືດ ໃຫ້
ພະນັກງານວິຊາການຂອງເມືອງ ແລະ ແຂວງຂອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະສິກໍາ ແລະ ປ່າໄມ້, ແລະ ສາທາລະນະສຸກ ໃນ 2 ແຂວງຄື: ນະຄອນຫຼວງວຽງຈັນ (ຈັດຂື້ນໃນວັນທີ 20-23/5/2014 ທີ່
ສູນຂໍ້ມູນຂ່າວສານສະພັນແມ່ຍິງ) ແລະ ແຂວງຫຼວງນໍ້າທາ ( ຈັດຂື້ນໃນວັນທີ 27-30/5/2014 ທີ່ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ).

ເພື່ອຜັນຂະຫຍາຍໃນການຈັດຕັ້ງປະຕິບັດລົງຂັ້ນທ້ອງຖິ່ນ ສະມາຄົມ SAEDA ໄດ້ໃຫ້ການສະໜັບສະໜູນດ້ານງົບປະມານ ບັນດາຫ້ອງການຮ່ວມງານຕ່າງລວມມີ: ແຂວງຫຼວງນໍາ ້ທາ 3 ພາກສ່ວນ ( ພະແນກກະສິກໍາ ແລະ ປ່າໄມ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ແລະ ພະແນກກະສິກໍາ ແລະ ປ່າໄມ້). ນະຄອນຫຼວງ 4 ພາກສ່ວນ (ຫ້ອງການສາທາເມືອງຫາດຊາຍຟອງ ແລະ ເມືອງສັງທອງ, ພະແນະກະສິກໍາ ແລະ ປ່າໄມ້, ແລະ ສູນປ້ອງກັນພືດ)

ໃນກິດຈະກໍາຫຼັກຂອງຫ້ອງການຮ່ວມງານແມ່ນ ຈະໄດ້ສຸມໃສ່ການສ້າງຄວາມສາມາດໃຫ້ ບ້ານເປົ້າໝາຍຄື: ເມືອງຫາດຊາຍຟອງ ມີ 5ບ້ານ, ເມືອງສັງທອງ ມີ 25 ບ້ານ, ເມືອງ ຫຼວງນໍາ ້ທາ ມີ 10 ບ້ານ, ເມືອງສິງ ມີ 12 ບ້ານ ນອກຈາກນັ້ນທັງ 4 ເມືອງ ຍັງຈະໄດ້ກວດໂຮງງານນໍາ ້ດື່ມ, ຮ້ານຂາຍຢາປາບສັດຕູພືດ, ຮ້ານອາຫານ,
ກວດກາຢາປາບສັດຕູພືດທີ່ຕົກຄ້າງໃນພືດຜັກ ໝາກໄມ້. ນອກຈາກນັ້ນ ສໍາລັບພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງ ຍັງຈະໄດ້ ຝຶກອົບຮົມກ່ຽວກັບຄວາມປອດໄພໃຫ້ຜູ້ຊິດຢາ ແລະ ກວດກາຮ້ານຂາຍຢາປາບ ສັດຕູພືດ
ໃນ 7 ເມືອງຂອງນະຄອນຫຼວງວຽງຈັນ.

ດັ່ງນັ້ນ ບັນດາຫ້ອງການຄູ່ຮ່ວມງານຕ່າງ ຈື່ງໄດ້ຈັດກອງປະຊຸມແນະນໍາແຜນການຈັດຕັ້ງປະຕິບັດ ໃຫ້ບັນດາຄະ
ນະປົກຄອງເມືອງ, ພະແນກການ ແລະ ຫ້ອງການຕ່າງອ້ອມຂ້າງ ແລະ ຊາວບ້ານເປົ້າໝາຍເຂົ້າຮ່ວມ. ໃນວັນທີ14/8/2014 ໄດ້ຈັດກອງປະຊຸມຢູ່ທີ່ຫ້ອງການສາທາເມືອງຫາດຊາຍຟອງ ໂດຍເປັນປະທານ ຂອງທ່ານ ຄໍາ
ນ້ອຍວົງ ຮອງເຈົ້າເມືອງ; ໃນວັນທີ 20/8/2014 ໄດ້ຈັດກອງປະຊຸມຢູ່ທີ່ຫ້ອງປະຊຸມຂອງເມືອງຫຼວງນໍາ ້ທາ ໂດຍ
ເປັນປະທານ ຂອງທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງ; ແລະ ໃນວັນທີ 1/8/2014 ໄດ້ຈັດກອງປະຊຸມຢູ່ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ ໂດຍເປັນປະທານ ຂອງທ່ານ ຄໍາຝາຍ ສຸລິຂັນ ຮອງເຈົ້າເມືອງ. ໃນນາມຕ່າງໜ້າ
ຫ້ອງການໜັບສະໜູນງົບປະມານ ເຂົ້າຮ່ວມເປັນປະທານຮ່ວມ ແມ່ນ ທ່ານ ທອງດໍາ ພົງພິຈິດ ຫົວໜ້າຮ່ວມຂອງສະມາຄົມພັດທະນາກະສິກໍາ ແລະ ສິ່ງແວດແບບຍືນຍົງ (SAEDA). ທ່ານຮອງເຈົ້າເມືອງໄດ້ສະແດງຄໍາຄິດຄຳເຫັນຕໍ່ກອງປະຊຸມວ່າ ໂຄງການນີ້ແມ່ນມີຄວາມໝາຍຄວາມຄໍາຄັນໃນການປະກອບສ່ວນແຜນງານພັດທະນາ
ເສດຖະກິດ-ສັງຄົມ, ແຜນງານສາມສ້າງ ແລະ 4 ບຸກທະລຸ ຂອງເມືອງ ກໍຄືແຜນການຂອງຂະແໜງການຕ່າງໆໃນການສ້າງຄວາມສາດໃຫ້ພະນັກງານວິຊາການ ແລະ ການຊາວບ້ານ ໃນການຄວບຄຸມ ແລະ ການນໍາໃຊ້ສານ
ເຄມີທີ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍຸດທະສາດຂອງລັດຖະບານລາວ ທີ່ວາງອອກ ນອກນັ້ນຍັງເປັນການຊຸກຍູ້ປະຊາຊົນໃຫ້ມີການຜະລິດອາຫານທີ່ມີຄວາມປອດໄພ ຕໍ່ສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມນຳອີກ. ແລ້ວຫຼັງຈາກນີ້ບັນ ດາຫ້ອງການຮ່ວມງານຕ່າງໆ ແມ່ນຈະໄດ້ຈັດຝຶກອົບຮົມໃຫ້ບັນດາຊາວບ້ານເປົ້າໝາຍ
ແລະ ຜັນຂະຫຍາຍແຜນ ງານຂອງຕົນເອງຢ່າງມີປະສິດທິພາບ ແລະປະສິດທິຜົນ.

Pic 1

 

 

Leave a Reply

Your email address will not be published. Required fields are marked *

%d bloggers like this: